ສປຊ ຍັງບໍ່ທັນພໍໃຈ ຕໍ່ຄຳໝັ້ນສັນຍາ ຫຼຸດຜ່ອນການປ່ອຍອາຍພິດຢູ່ COP28
ຕາມຂ່າວສານຊິນຮວາ ລາຍງານວັນທີ 4 ທັນວາ ນີ້, ໂດຍອີງຕາມ ທ່ານ ອານໂຕນີໂອ ກູເຕີ ເຣສ ເລຂາທິການໃຫຍ່ ສປຊ ໄດ້ຖືວ່າ:
ບັນດາຄຳໝັ້ນສັນຍາຫຼຸດຜ່ອນອາຍພິດ ຢູ່ກອງປະຊຸມບັນດາ ຝ່າຍເຂົ້າຮ່ວມສົນທິສັນຍາ ແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າ
ອາກາດ ຄັ້ງທີ 28 (COP28) ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ໃນປັດຈຸບັນ.
ກ່າວຄຳເຫັນມື້ເຮັດວຽກທີ 4 ຂອງ COP28, ທ່ານ ເລຂາທິການໃຫຍ່ ສປຊ ໄດ້ໃຫ້ຂໍ້ ສັງເກດວ່າ : ບັນດາຄຳໝັ້ນສັນຍາກ່ຽວກັບ
ການຫຼຸດຜ່ອນການປ່ອຍ ອາຍພິດ ມີເທນ (methane) ອອກສູ່ສິ່ງແວດລ້ອມ “ແມ່ນ ບາດກ້າວເດີນທີ່ຖືກຕ້ອງ”. ເຖິງຢ່າງກໍຕາມ, ບັນດາ
ຄຳໝັ້ນສັນຍານີ້ ຍັງຕຳ່ກວ່າຫຼາຍເມື່ອທຽບໃສ່ລະດັບທີ່ຈຳເປັນ .
ທ່ານ ກູເຕີເຣສ ໄດ້ສືບຕໍ່ເລັ່ງໃສ່ບັນດາແຜນການລະອຽດ ເພື່ອລົບລ້າງເຊື້ອໄຟ ທີ່ໃຊ້ຟອສຊິວ ຕາມເວລາກຳນົດເທື່ອລະກ້າວ, ດ້ວຍ
ໜ້າທີ່ຈຳກັດປະກົດການໜ່ວຍໂລກອຸ່ນຂຶ້ນ ຢູ່ລະດັບ 1,5 cໍ, ເຊິ່ງແມ່ນໜຶ່ງໃນບັນດາເປົ້າໝາຍປະຫວັດສາດຂອງຂໍ້ຕົກລົງ ປາຣີ 2015.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/12/2023